ເຊັກເບິ່ງດວງລາຍວັນປະຈຳວັນທີ 29 ກໍລະກົດ 2020 ການງານ-ການເງິນ-ຄວາມຮັກ ຕາມແຕ່ລະວັນເກີດ

ເບິ່ງດວງຂອງ 7 ວັນເກີດລາຍວັນໄດ້ແລ້ວມື້ນີ້:
ຄົນເກີດວັນຈັນ
ການງານ ທ່ານຈະເຮັດທຸລະກິດປະສົບຜົນສຳເລັດໃນດ້ານການງານດີຫຼາຍໃນໄລຍະນີ້
ການເງິນ ຕັດໃຈໃນການຊື້ສິ່ງຂອງທີ່ບໍ່ຈຳເປັນເຂົ້າມາບ້ານ
ຄວາມຮັກ ໄດ້ພົບຮັກທີ່ດີງາມ ແລະຄົນຮັກຂອງທ່ານຈະມອບຄວາມຮັກທີ່ຈິງໃຈ
ຄົນເກີດວັນອັງຄານ
ການງານ ມີໂອກາດປ່ຽນແປງຍົກຍ້າຍວຽກງານໃໝ່ເຂົ້າມາໃຫ້ທ່ານຮັບຜິດຊອບ
ການເງິນ ຈະໄດ້ເງິນຈາກຄວາມສະຫລຽວສະຫລາດຂອງຕົນເອງ
ຄວາມຮັກ ລະວັງຈະເກີດບັນຫາກັບຄົນຮັກໃນໄລຍະນີ້
ຄົນເກີດວັນພຸດ
ການງານ ຊ່ວງນີ້ຢ່າຫາລົງທຶນເຮັດທຸລະກິດດ້ວຍຈຳນວນເງິນທີ່ຫລາຍ ອາດເຮັດໃຫ້ທ່ານມີຄວາມສ່ຽງ
ການເງິນ ໂຊກດີເພາະຜູ້ໃຫຍ່ຈະອຸປະຖຳທາງດ້ານການເງິນຂອງທ່ານ
ຄວາມຮັກ ບໍ່ລົງຕົວດ້ານຄວາມສຳພັນ ໃຫ້ລະວັງຄໍາເວົ້າຂອງທ່ານກັບຄົນຮັກ
ຄົນເກີດວັນພະຫັດ
ການງານ ດ້ວຍຄວາມສະຫລຽວສະຫລາດໃນການຕໍ່ລອງເຈລະຈາຈະພົບຄວາມສຳເລັດ
ການເງິນ ໃຊ້ເງິນໃນການຊ່ວຍເຫລືອຜູ້ອື່ນຫຼາຍເກີນໄປກໍຈະເປັນການດີ ແຕ່ຕ້ອງຢູ່ໃນຂອບເຂດ
ຄວາມຮັກ ສ້າງຄວາມສຳພັນກັບຄົນຮັກຢູ່ໃນເກນດີ
ຄົນເກີດວັນສຸກ
ການງານ ເຮັດທຸລະກິດການຄ້າອາຫານ ຈະເຮັດໃຫ້ໄດ້ຮັບກຳໄລຫລາຍ
ການເງິນ ລະວັງເລື່ອງການຈ່າຍເງິນທີ່ບໍ່ຈຳເປັນເຂົ້າມາໃນໄວໆນີ້
ຄວາມຮັກ ຈະພົບຮັກໃນວຽກງານເພາະທຸລະກິດຈະການງານນຳມາໃຫ້ພົບກັນ
ຄົນເກີດວັນເສົາ
ການງານ ເຮັດທຸລະກິດດ້ານການຂາຍເສື້ອຜ້າມືສອງໄລຍະນີ້ຈະຂາຍດີ ເພາະທ່ານເປັນຄົນທີ່ໂຊກດ້ານການຂາຍ
ການເງິນ ເຂົ້າສູ່ສະພາວະເຄັ່ງຄຽດດ້ານການໃຊ້ຈ່າຍ ຕ້ອງລະວັງການໃຊ້ຈ່າຍໃຫ້ຫຼາຍ
ຄວາມຮັກ ຈະພົບຮັກກັບຄົົນທີ່ມີອາຍຸຫລາຍກວ່າ ອາດເປັນຄົນທີ່ທ່ານນັບຖື ຫຼື ຄົນທີ່ທ່ານອາດຮູ້ຈັກກັນຢູ່ແລ້ວກໍເປັນໄປໄດ້
ຄົນເກີດວັນອາທິດ
ການງານ ໃນໄລຍະນີ້ໂຊກດີທີ່ຈະມີຄົນຮັກຄອຍຖ້າອຸປະຖຳຊ່ວຍເຫລືອໃນທຸກໆເລື່ອງທີ່ທ່ານບໍ່ສະບາຍໃຈ
ການເງິນ ໄດ້ເງິນກ້ອນໃຫຍ່ຈາກເພດກົງກັນຂ້າມ
ຄວາມຮັກ ກຳລັງສຶກສາພິຈາລະນາໃຜບາງຄົນຢູ່ ແຕ່ຕ້ອງເພື່ອໃຈໄວ້ແດ່ກໍຈະເປັນການທີ່ບໍ່ເຮັດໃຫ້ເສຍໃຈ
ຂໍຂອບໃຈ