ກົດອ່ານດ່ວນ ແຈ້ງການ ປັບເງີນລາງວັນ ເລກ 4 ໂຕ ລົງຈາກ 6 ລ້ານມາເປັນ 5 ລ້ານ ຍ້ອນບັນຫາເສດຖະກິດລາວໃນຊ່ວງນີ້

ອີງຕາມ ກອງປະຊຸມພາບໃນ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ດັ້ງວັນທີ 18 ສິງຫາ 2020.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດການຈໍາຫນ່າຍຜະລິດຕະພັນຫວຍເລກ 4 ໂຕ ແບບທັນສະໄຫມ
ຂອງບັນດາຕົວແທນຈໍາຫນ່າຍ ໃຫ້ສາມາດດໍາເນີນທຸລະກິດໄປຢ່າງຕໍ່ເນື່ອງ ສອດຄ່ອງກັບສະພາບການຈໍາຫນ່າບຕົວຈິງ
ໃນປະຈຸບັນ ແລະ ມີປະສິດທິຜົນ.
ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ຈຶ່ງແຈ້ງມາຍັງບັນດາຕົວແທນຈໍາຫນ່າຍ ແລະ ຜູ້ມັກສ່ຽງໂຊກຊິງລາງວັນ
ຫວຍພັດທະນາ ໃນຂອບເຂດທົ່ວປະເທດ ຮັບຊາບວ່າ : ບໍລິສັດລັດ ວິສາຫະກິດຫວຍພັດທະນາ ໄດ້ປົບຫລຸດການ
ໃຫ້ລາງວັນຫວຍເລກ 4 ໂຕ ແບບທັນສະໄຫມ ຈາກ 60% ລົງມາເປັນ 50% ຂອງມູນຄ່າຈໍາຫນ່າຍ ຕໍ່ຄັ້ງ ແລະ ໃຫ້ຈັດຕັ້ງປະຕິບັດຄືດັ່ງນີ້ :
1) ຫວຍເລກ 4 ໂຕ (ຕ້ອງຊື້ ແລະ ຖືກ 4 ໂຕ) ມູນຄ່າ 1,000 ກີບ ຈະໄດ້ຮັບເງິນລາງວັນ 5.000.000 ກີບ(ຫ້າລ້ານກີບ) ຫລື ເທົ່າກັບ 50% ຂອງມູນຄ່າຈໍາຫນ່າຍ.
2) ມອບໃຫ້ບັນດາຕົວແທນຈໍາຫນ່າຍເອົາໃຈໃສ່ຄຸ້ມຄອງຕິດຕາມກວດກາ ແລະ ເຮັດຄໍາແນະນໍາໃຫ້ສະມາຊິກຜູ້ຂາຍຫວຍຂອງຕົນເອງ, ເຮັດປົ້າຍແນະນໍາໃສ່ໂຕະບ່ອນນັ່ງຂາຍຫວຍ, ແຈ້ງໃຫ້ຜູ້ມັກລ່ຽງໂຊກ-ຊິງລາງວັນ ໄດ້ຮັບຮູ້ ເຂົ້າໃຈ ຢ່າງທົ່ວເຖີງ ເປ໊ນເອກະພາບ.
3) ມອບໃຫ້ຕົວແທນຈໍາຫນ່າຍລາຍງານຄະນະກໍາມະການຄຸ້ມຄອງການອອກເລກລາງວັນ, ພະແນກການເງິນນະຄອນຫຼວງວຽງຈັນ, ແຂວງ ແລະ ເມືອງ ບ່ອນທີ່ຕົນໄດ້ເຄື່ອນໄຫວຈໍາຫນ່າຍໄດ້ຮັບຊາບ ແລະ ຊ່ວຍໂດສະນາ. ເຜີຍແຜ່ຕໍ່ສັງຄົມທີ່ມີຄວາມສົນໃຈຮັບຊາບ ແລະ ເຂົ້າໃຈ
4) ແຈ້ງການສະບັບນີ້ໃຊ້ປ່ຽນເນື້ອໃນຂອງ ຫມວດທີ IV ມາດຕາ 9 ຂໍ້ 9.1 ທີ່ກໍານົດໄວ້ໃນລະບຽບຄຸ້ມຄອງການພົມ-ຈາຫນ່າຍຫວຍພັດທະນາແບບທັນສະໄຫມ ສະບັບເລກທີ 760/ຫພນ,
ລົງວັນທີ 30 ກັນຍາ 2019 ແລະ ມີ ຜົນສັກສິດນໍາໃຊ້ໄດ້ ນັບແຕ່ງວດອອກຄັ້ງວັນທີ 04 ມັງກອນ (1) ປີ 2021 ເປັນຕົ້ນໄປ.
ຂໍຂອບໃຈ