ອິດທິພົນຂອງພາຍຸຊິນລາກູ ເຮັດໃຫ້ນ້ຳຮຸ່ງລົ້ນຝັ່ງ ໄຫຼເຂົ້າຖ້ວມຫຼາຍຈຸດໃນແຂວງໄຊຍະບູລີ 03/08/2020

ລາຍງານ 3 ສິງຫາ 2020, ຈາກອິດທິພົນຂອງພາຍຸຊິນລາກູ ທີ່ມີຝົນຕົກຕິດຕໍ່ກັນທັງເວັນ-ທັງຄືນ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳຮຸ່ງຂຶ້ນລົ້ນຝັ່ງ
ເຂົ້າຖ້ວມຫຼາຍຈຸດໃນແຂວງໄຊຍະບູລີເຊັ່ນເມືອງເງິນ, ເມືອງບໍ່ແຕນ ລວມທັງເທດສະບານເມືອງໄຊຍະບູລີ.
ເຊິ່ງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະດແມ່ນຄະນະກຳມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງ
ໄດ້ເລັ່ງໃຫ້ການຊ່ວຍເຫຼືອຂົນຍ້ານວັດຖຸສິ່ງຂອງ ແລະ ສັດລ້ຽງຂອງປະຊາຊົນອອກຈາກເຂດທີ່ປະສົບໄພນ້ຳຖ້ວມ.
ໃນດ້ານຂອງກົມອຸຕິນິຍົມ ແລະ ອຸທົກະສາດແຈ້ງວ່າ ລົມມໍລະສຸມຕາເວັນຕົກສຽງໃຕ້ຍັງມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ
ເຊິ່ງຈະເຮັດໃຫ້ຝົນສືບຕໍ່ຕົກໜັກຢູ່ແຂວງບໍ່ແກ້ວ, ໄຊຍະບູລີ, ວຽງຈັນ ແລະ ບໍລິຄຳໄຊ, ສ່ວນພາກໃຕ້ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
*
*
*
*
*
ພາບ: ເມືອງໄຊຍະບູລີ, ແຂວງໄຊຍະບູລີ, 3 ສິງຫາ 2020